ແຜນການຂະຫຍາຍໂຮງງານນໍ້າດື່ມນໍ້າຫ້າ:

ເນື່ອງຈາກແຫຼ່ງນໍ້າດັ່ງກ່າວ ແມ່ນຕົ້ນນໍ້າຈາກທໍາມະຊາດ ເຕັມໄປດ້ວຍໂພສະນາການ ແລະ ແຮ່ທາດຫຼາຍຊະນິດ ທີ່ມີຄຸນຄ່າຕໍ່ສິ່ງທີ່ມີຊີວິດ ດັ່ງນັ້ນທາງໂຮງງານມີແຜນຈະຜະລິດນໍ້າດື່ມແຮ່ທາດອອກສູ່ສັງຄົມ, ພັດທະນາໃຫ້ມີຫຼາກຫຼາຍຮູບແບບຫຼາຍສີສັນ, ຜະລິດນໍ້າດື່ມບໍລິສຸດນໍ້າຫ້າ ໃຫ້ພຽງພໍ່ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ ໃຫ້ໄດ້ 100 ຄົນພາຍໃນ 5 ປີຂ້າງໜ້າ, ຂະຫຍາຍການຕະຫຼາດໃຫ້ທົ່ວເຖິງໃນຂອບເຂດພາກເໜືອ ແລະ ພາກກາງຕອນເທິງຂອງລາວ.

Leave a Reply

Your email address will not be published. Required fields are marked *